ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດຂໍ້ຕົກລົງໃຫ້ນາຍທະຫານເຂົ້າຮັບເບ້ຍບໍານານ

 


   ວັນທີ 10 ເມສາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດຂໍ້ຕົກລົງໃຫ້ນາຍທະຫານເຂົ້າຮັບເບ້ຍບໍານານ ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ສີດາລໍ່ ຈົງເຕັ່ງເຈ້ຍຊ້າ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ-ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກອງ ແລະ ພາກສ່ວນທີ່ໄດ້ຮັບເບ້ຍບໍານານເຂົ້າຮ່ວມ. ສະຫາຍ ພັນເອກ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການ ຮັບບໍານານ, ອີງຕາມ ກົດໝາຍວ່າດ້ວຍນາຍທະ ຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ເລກທີ 43 /ສພຊ, ອີງຕາມ ກົດໝາຍວ່າດ້ວຍປະກັນສັງຄົມ ( ສະບັບປັບປຸງ ) ເລກທີ 54/ສພຊ ແລະ ແຈ້ງ ການ ຂອງຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ ເລກທີ 1758/ຫສນຍ, ອິງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງ ກົມໃຫຍ່ການເມືອງກອງທັບ ກະ ຊວງປ້ອງກັນປະເທດຕົກລົງ ໃຫ້ ສະຫາຍ ພັນໂທ ບົວສີ ພອນວິໄລ ກົມການທະຫານທ້ອງຖິ່ນ, ສະຫາຍ ພັນໂທ ບຸນທະວີ ສຸລິວັນ ກົມການທະຫານທ້ອງຖິ່ນ, ສະຫາຍ ພັນໂທ ວົງພອນ ທໍາມະວົງແກ້ວ ຫ້ອງການບໍລິຫານ, ສະຫາຍ ພັນໂທ ຜາທິບ ໄຊຍະຖາ ສູນເຕັກນິກລະຫັດກົດລັບ, ສະຫາຍ ພັນໂທ ແສງທອງ ແກ້ວມະນີ ກອງພັນເຄມີ 15, ສະຫາຍ ພັນໂທ ຊຽງເຫຼັກ ແພງຄໍາແສນ ກອງພັນ 224, ສະຫາຍ ພັນໂທ ຄໍາແອ່ນ ແກ້ວວັນຈາຍ ໂຮງຮຽນຊ່າງແສງ, ສະຫາຍ ພັນໂທ ພຸດສະນຸຮັກ ວ່າເຊັ່ງຫວ່າງ ກອງສໍາຫຼວດວັດແທກແຜນທີ່, ສະຫາຍ ພັນໂທ ໂສພາ ຄໍາພິທັກ ໂຮງຮຽນທະຫານຊາຍແດນ 712, ສະຫາຍ ພັນໂທ ທອງສາ ອິນທິລາດ ສູນ 620, ສະຫາຍ ພັນໂທ ບຸນທັນ ໄຊຍະເດດ ສູນ 620, ສະຫາຍ ພັນໂທ ວຽງທອງ ໄຊສົມພັນ ສູນ 620, ສະຫາຍ ສອນທອງ ວົງມີ ຈິດ ໂຮງຮຽນ 307, ສະຫາຍ ພັນໂທ ຄໍາຜາ ໄຊຍະວົງ ກອງພັນ 588, ສະຫາຍ ພັນໂທ ສຸພາລັກ ລິນທະຂັນ ກອງກິລາກອງທັບ, ສະຫາຍ ພັນໂທ ຄໍາອ້ວນ ລິດທິປັນຍາ ໂຮງຮຽນ 205, ສະຫາຍ ພັນໂທ ບຸນທອນ ອິນທະບານ ໂຮງຮຽນ 205, ສະຫາຍ ພັນໂທ ນາງ ບຸນທະວີ ດາລາແສນ ໂຮງງານ 209, ສະຫາຍ ພັນໂທ ວໍລະຈັກ ແກ້ວໜູພົນ ໂຮງຮຽນ 307, ສະຫາຍ ພັນຕີ ສິງທອງ ທິບພາດີ ສູນ 620, ສະຫາຍ ພັນຕີ ນາງ ບົວໄຂ ສຸດທິພົນ ຫ້ອງການບໍລິຫານ, ສະ ຫາຍ ພັນຕີ ສາຍຟ້າ ພັນພະຈັນ ຫ້ອງການບໍລິຫານ, ສະຫາຍ ພັນຕີ ອຸດອນ ສີຊົມມະລາດ ກອງພັນ 587, ສະຫາຍ ພັນຕີ ລັດສີ ລາດສະຈັກ ກອງພັນ 587, ພັນຕີ ນາງ ບຸນມີ ລັດຕະນະລັງສີ ກອງພັນ 588, ສະຫາຍ ພັນຕີ ຊາຍຄໍາ ແສງນວນຈັນ ກອງຮ້ອຍ 51, ສະຫາຍ ພັນຕີ ວຽງພອນ ອ່ອນມະນີ ໂຮງງານ 209, ສະຫາຍ ພັນຕີ ບຸນເສີມ ສູຂະວົງ ກອງພັນ 224, ສະຫາຍ ພັນຕີ ນາງ ງອງ ເພັດແຫຼມສິນ ກອງພັນ 203, ສະຫາຍ ພັນຕີ ນາງ ບົວວັນ ພົມພັນ ກອງຮ້ອຍ 584, ສະຫາຍ ຮ້ອຍເອກ ຄໍາພັນ ສີຊີວິດ ກອງພັນ 579, ສະຫາຍ ຮ້ອຍເອກ ບຸນເພັງ ສີບັນດິດ ກອງພັນ 579, ສະຫາຍ ຮ້ອຍເອກ ໄມທອງ ໄມຄໍາດີ ກອງ ພັນ 587, ສະຫາຍ ຮ້ອຍເອກ ຄໍາໃສ ບຸນໄທ ກອງກິລາກອງທັບ, ສະຫາຍ ຮ້ອຍເອກ ນາງ ພູວຽງ ຊໍປັນຍາ ກອງຮ້ອຍ 172, ສະຫາຍ ຮ້ອຍເອກ ພອນຄໍາ ໄຊ ຍະແສງ ກອງພັນເຄມີ 15, ສະຫາຍ ຮ້ອຍໂທ ສີສະອາດ ແຜນມະລົມທອງ ກອງພັນເຄມີ 15, ສະຫາຍຮ້ອຍໂທ ຈ່ອຍ ສີສົມພອນ ກອງພັນ 587, ສະຫາຍ ຮ້ອຍໂທ ຄໍາພາ ໄມພິລະພອນ ກອງພັນ 588, ສະຫາຍ ຮ້ອຍໂທ ທູນປະເສີດ ຍູ້ທະພົນ ກອງພັນ 579, ສະຫາຍ ຮ້ອຍໂທ ສັງວອນ ນະຄອນສີ ກອງພັນ 224, ສະຫາຍ ຮ້ອຍໂທ ຄໍາພຽງ ສຸລິຍະແສງ ກອງພັນ 425, ສະຫາຍ ຮ້ອຍຕີ ທອງວັນ ພົມມະໄຊ ກອງພັນ 579. ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົງເຕັ່ງ ເຈ້ຍຊ້າ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາທີ່ໄດ້ປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ຕະຫຼອດໄລຍະຜ່ານມາ ພ້ອມນີ້ຍັງເນັ້ນໜັກ ໃຫ້ບັນດາສະຫາຍທີ່ໄດ້ຮັບເບ້ຍບໍານານ ຈົ່ງສືບຕໍ່ເປັນຫຼັກແຫຼ່ງໃຫ້ແກ່ສັງຄົມ ສຸມສະຕິປັນຍານຳ​ເອົາບົດຮຽນຄວາມຮູ້ຄວາມສາມາດລົງໃສ່ຮາກຖານເຮັດໃຫ້ ຮາກຖານມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍຊຸກຍູ້ເຂົາເຈົ້າປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສັງ ຄົມໃຫ້ມີຄວາມປອດໄພ ກໍ່ຄືບ້ານເມືອງໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.

ແຫຼ່ງທີ່ມາ:ພຸດທະວອນ
ວັນທີ 19/04/2023